ຄະຕິປະຈໍາໃຈຄົນລາວ

ຄົນເຮົາ ແມ່ນຈະສ້າງກະຕູບນ້ອຍ  ........................  ຕັ້ງຢູ່ກາງເຂົາ ກໍດີ

ຍັງເລົ່າພຽງແພງຖນອມ  ..................................... ເຮື່ອແຮງໂຮມໃຊ້

ອັນທີ່ການປະສົງສ້າງ  ......................... ເມືອງລາວເປັນປະເທດ ຄືດຽວນີ້

ໜັກໜ່ວງຫລາຍໝື່ນເທົ້າ ........................... ຈຶ່ງຄົງໄວ້ຊື່ລາວ  ພີ່ນ້ອງເອີຍ . 

. ດິນແດນ ທຸກແຫ່ງຫ້ອ .....................................  ໃນໂລກເມືອງມະນຸດ ເຮົານີ້

ຫລາຍຊາຕ ບັຣພະຊົນເຂົາ  .....................................  ແຂ່ງທົນຫານສ້າງ

ໃຜກໍ ຢືນຕົວສູ້  .................................................. ໃຫ້ເປັນເມືອງ ເປັນປະເທດ

ຊິງຊ່ວງກັນຜາບແພ້  .......................................... ຮັກສາເຊື້ອ ຊາດຈຶ່ງຍັງ .  

. ລາວເຮົາມີຊາດເຊື້ ........................................ ຕັ້ງຢູ່ເມືອງມະນຸດ  ມານີ້

ລ້ວນ ຜ່ານຄວາມທໍຣະມານ .............................. ມາກເຫລືອຫລາຍຄັ້ງ

ຊີວິດລາວຫລາຍລ້ານ ................................. ຝັງດິນແດນປະເທດ  ເຮົາພຸ້ນ

ແຜ່ນດິນລາວຈຶ່ງຢູ່ໄດ້ ............................... ມີເຊື້ອສືບຕະກຸນ  ພີ່ນ້ອງເອີຍ .  

. ນົກກໍຮັກພຸ່ມໄມ້ .................................... ປາກໍຫ່ວງວັງເວີ່ນ  ຫັ້ນເດ

ແມ່ນແຕ່ລີງກໍຍັງຫວງ ................................................... ປ່າໄພທີ່ເຄີຍຊົ້ນ

ເຮົາຜູ້ເປັນຄົນຂື້ນ ................................................ ມີເມືອງມີປະເທດ ມາແລ້ວ

ໃຜຜູ້ລືມເຊື້ອຊາດ ........................................ ແຮງຮ້າຍກ່ວາລີງ ແທ້ແລ້ວ .

ຂ່າວນີ້ເສົ້າສະທ້ານ……………………ປານຟ້າພ່າກາງໃຈ
ຖ້າເປັນໄປເຫມືອນຄິດ………………...ທ່ານຜູ້ນຳເພິ່ນຫມາຍໄວ້
ເອົາຫົວໃຈຊາວເຊື້ອ…………………..ຫວຽດນາມເຫນືອບ້ານເພື່ອນ
ມາກໍ່ຕັ້ງໄວ້ບ້ານ………………………ເພື່ອຫມາຍຂ້ວາມເຂດແດນ

ຄວາມຮູ້ສຶກ…ຄົນລາວທົ່ວທຸກແຄວ້ນ……….ທີ່ເຄີຍແຕກສູນສລາຍ
ແສນເສັຽດາຍແຜ່ນດິນຮັກ………….……...ປູ່ຍ່າຕາຍາຍສ້າງ
ບັນພະບຸຣຸດລາວເຄີຍຕັ້ງ…………………..ທ້ອນໂຮມແຮງຮັກຫໍ່
ກໍ່ແຜ່ນດິນລ້ານຊ້າງ……………………….ໃຫ້ເຮົາສ້າງສືບມາ

ກ່ອນນັ້ນ……ຊື່ສຽງລາວທົ່ວຟ້າ…………ອານາຈັກໃຫຍ່ເກີນໄກ
ນໍ້າຂອງໄຫຼທາງກາງ……………………ອ້ອມດ້ວຍລາວສອງຂ້າງ
ດຽວນີ້ຍັງພຽງນ້ອຍ……………………...ພໍເປັນຮອຍໃຫ້ສ້າງກໍ່
ວີຣະຊົນລາວຈຶ່ງສືບຕໍ່…………...........ສູ້ດ້ວຍເລືອດຢາດຍ້ອຍ
...........................................…….ທາພື້ນແຜ່ນດິນ

ຄຳວ່າລາວຈະບໍ່ຊິ້ນ………………….ສູນຈາກໂລກາ
ແຕ່ນໍ້າຕາລາວໄຫຼ………………………ຫຼັ່ງລົງບໍ່ເຄີຍຊິ້ນ
ບາງຜ່ອງບິນບົນຜ້າຍ…………………...ອາສັຍຮັງເຮືອນໃຫມ່
ບາງຜ່ອງຊີພສູນສລາຍ……………………ຕາຍຈຸ່ມຈົມແມ່ນໍ້າ
………………………………………….ໄຫຼຖິ້ມຢູ່ຫວ່າງຂອງ…...ເສັຍດາຍເດ

ພີ່ນ້ອງລາວເອີຍ…ຢາກໃຫ້ລາວປົກປ້ອງ…………ປະຄອງແຜ່ນດິນຮັກ
ດ້ວຍສັກສີຄວາມເປັນລາວ……………………..ຊາດອື່ນໃດຢ່າມາຫຍຸ້ງ
ລວມພະລັງແຮງກ້າ…………………………..ແຕ່ຄົນລາວໃນປະເທດ
ແຂກເຂດຂົງຕ່າງດ້າວ…………………………ຢ່າມາເຂົ້າລ່ວງເກີນ

ຢ່າສູ່ຮ້ອງຮຽກເອີ້ນ……………………….ເພິ່ງບ້ານເພີ່ນເມືອງເຂົາ…..ຫຼາຍທ້ອນ
ຢາກເຫັນລາວເປັນລາວ………………………..ໃຫ້ນັ່ງຄຶງຕົວໄວ້
ຢ່າຂໍພິກເຮືອນຫນືອ…..ຢ່າຂໍເກືອເຮືອນໃຕ້……….ຫົວສີໄຄຢູ່ບ້ານເພິ່ນ
ຈົ່ງປູກໄວ້ເດີ່ນບ້ານ……………………………ສວນກວ້າງພໍ່ແມ່ເຮົາ

ຢ່າເອົາເຊື້ອເຂົ້າຈ້າວ…………………………ມາປົນໃສ່ເຂົ້າຫນຽວຫອມ
ຢ່າເອົາແນວທອງແດງ……………………….ມາຄູ່ຄຽງມະນີແກ້ວ
ຢ່າເອົາແນວນາມຫວ້ານ……………………..ເມືອງໄກໄທບ້ານຕ່າງ
ຢ່າມາປູກຂ້າງບ້ານ…………………………ແທນແກ້ວແກ່ນຈັນ

ເຊື້ອໄກ່ປ່າ….ຢ່າເອົາມາໄວ້ບ້ານ……………..ແທນໄກ່ແພງຂວັນ
ເລືອດຕ່າງພົງພັນສາ…………………………ຢ່າກວາດມາແທນອ້າຍ
ທະນີນາງຄວນໄຫ້……………………………ແຂວນຍອຍໄຮຢູ່ໃນປ່າ
ຢ່າມາລ້ຽງໄວ້ບ້ານ……………………………ມານຊິເຂົ້າພ່າເມືອງ

ພີ່ນ້ອງລາວເອີຍ….ເຮົາຢູ່ຄົນລະເບື້ອງ………...ຫົວໃຈຫນ່ວຍດຽວກັນ
ຄວາມຜູກພັນແພງຮັກ…………………………ບໍ່ຫ່າງກັນພໍກ້າວ
ຄົນລາວຈິດໃຈກ້າ……………………………..ສາມັກຄີ ຢ່າໄດ້ແຕກ…..ກັນເດີ
ຂໍໃຫ້ລາວພົ້ນແອກ…….ຈາກຈອມໂຈນບ້ານໃກ້……..ຜູ້ຫວັງໄງ້ກື່ງແຜ່ນດິນ…ທ່ານເອີຍ

ຮັກແລະນັບຖືພີ່ນ້ອງລາວທົ່ວທຸກແຫ່ງ

ສາວຫຼັກ ໗ ເມັດນໍ້າຕານເມືອງສວັນ

 

ແຜ່ນດິນທອງ…….....ທີ່ຫວງແຫນ.…...ສຸດແສນຮັກ
ຍັງສລັກ………….......ປັກຝັງຢູ່………….ຄູ່ດວງໃຈ
ແມ່ນຂ້າຈາກ…….....ພາກເຈົ້າໄປ……….ໄກແສນໄກ
ຍັງອາລັຍ………….....ຫວນຄະນຶງ…………ເຖິງບໍ່ວາຍ

ແມ່ນວ່າໂລກ………..ຈະຫມູນວຽນ…....ປ່ຽນໄປຫນ້າ
ເຖິງວ່າຟ້າ…………...ຈະລີຄິດ…………..ຂີດເຮົາໄປ
ຄວາມຮັກຫ່ວງ……..ຫວງພູມຖານ…….ບໍ່ເຫືອດຫາຍ
ປັກຝັງໄວ້…………….ຢູ່ໃນໃຈ…………...ໄປແສນນານ

ຄວາມຮັກໃດ……....ທີ່ຄິດວ່າ………....ອັມມະຕະ
ຮັກຄູ່ຟ້າ…………....ໄປຈົນຊົ່ວ………..ນີດນິຣັນ
ຮັກທີ່ເກີດ………....ຈາກຊວງໃນ……...ໃຈປະສານ
ບໍ່ທຽມທັນ………....ຮັກຫນຽວແຫນ້ນ……ຕໍ່ແຜ່ນດິນ

ຂໍກົ້ມຂາບ………....ທໍຣະນີ………........ຜູ້ສັກສິດ
ໂອ້ຊີວິດ…………....ຂ້າໂສກາ………......ນໍ້າຕາລິນ
ຫາກວັນໃດ…….....ຊີພຈະວາຍ………....ກາຍດັບຊິ້ນ
ຂໍດົມກິ່ນ………......ດວງຈໍາປາ…........ກ່ອນລາໄປ

                                    ສາວຫຼັກ ໗

ຖ້າເກີດໄດ້ອີກ....ຂໍເກີດເປັນຄົນລາວ

ແຜ່ນດິນທອງເຂດແຄວ້ນ…………...ແດນນຶ່ງທີ່ລືຊາ
 ເມືອງຈຳປາແສນຮັກ…………….....ຖິ່ນຖານນະຄອນເຄົ້າ
 ເກີດເປັນລາວ ໃຈຫນັກແຫ້ນ……..ເມືອງແຄນບ້ານພໍ່ແມ່
 ລູກເຂົ້າຫນຽວແກ່ນແທ້…………...ຈາກສາຍໄສ້ເສັ້ນດຽວ…ພີ່ນ້ອງເອີຍ

 

 ຄຳເວົ້າຈາກ່ອມກ້ຽວ……………..ເກາະກ່ຽວປະສົມສານ
 ພາສາລາວເປັນສະພານ…………...ສືບທອດມາທຸກວັນນີ້
 ງາມວາດລີລາຍ້າຍ………………...ຍິງລາວ ຍາມຕົກແຕ່ງ
 ແຍງເທົ່າໃດຍິ່ງຊາບຊຶ້ງ…………....ບໍ່ມີເອື້ອມອີ່ມຕາ……..ຍິງລາວເອີຍ

 ແມ່ນລິຄິດຈາກຟ້າ………………...ທີ່ນໍາສົ່ງລົງມາ
 ບຸນນຳພາມາເຖິງ…………………..ເກີດຢູ່ດິນແດນກວ້າງ
 ຊາວລາວພາກັນສ້າງ……………….ນາສວນຮົ້ວໄຮ່
 ຢາດເຫື່ອຫຼັ່ງລິນໄຫຼ………………..ໄປທົ່ວບົນແຜ່ນພື້ນ
 ……………………………………ຜືນດິນເຄົ້າພໍ່ແມ່ເຮົາ….ທ່ານເອີຍ

 ຂໍຍົກມື ຂຶ້ນໃສ່ເກົ້າ……………….. ອະທິຖານຢູ່ໃນໃຈ
 ເກີດຊາດໃດ ຂໍເປັນລາວ………… ຢ່າປ່ຽນສີສັນເນື້ອ
 ຈະຕົກເຫນືອຫຼືໃຕ້………………….ແດນໃດກໍຕາມຊ່າງ
 ຂ້າຂໍເກີດ…ມາເປັນລູກລ້ານຊ້າງ…….ຊິນໍາສ້າງສືບຕະກຸນ

 ນ້ອງຢູ່ພີ້…ອ້າຍຢູ່ພຸ້ນ……………ບ້ານເພິ່ນເມືອງເຂົາ….ກໍຕາມທ້ອນ
 ເປັນລູກລາວຫຼານ…………………ຮັກແກ່ນກັນ ກົມກ້ຽວ
 ສາຍເລືອດດຽວ ຢ່າໄດ້ມີວັນຮ້າງ……ໃສຈາງໃຈຈືດ
 ເລືອດຕ້ອງຫນຽວກວ່ານໍ້າ…………ເຄັມຂຸ້ນຕລອດການ

 ຄວາມຮັກແລະຫ່ວງບ້ານ………….ບໍ່ມີສິ່ງປຸນປານ
 ຈຶ່ງໄດ້ອະທິຖານບະ……………….ກ່າວບົນບານຕ້ານ
 ຂໍເປັນຫຼານເຫຼນຫຼ້ອນ……………..ຂອງຊາວລາວອີກຊາດໃຫມ່
 ເກີດຊາດໃດ.....ໃຫ້ໄດ້ຮ່ວມພີ່ນ້ອງ….ຢູ່ບົນພື້ນແຜ່ນດິນ.........ລາວເອີຍ

                              ໂດຍ  ເມັດນໍ້າຕາ ບ່າວລີເຊ